ທ່ານພູວົງ ບຸນຊູ ຫົວໜ້າຜະແນກກະສິກໍາ-ປ່າໄມ້ ແຂວງວຽງຈັນ ໃຫ້ການຢືນຢັນວ່າການຈັດຕັ້ງ ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຂາຍຕ່າງປະເທດ ຢ່າງເດັດຂາດນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ຍັງຄົງສືບຕໍ່ການຈັດຕັ້ງປະຕິບັດຢ່າງເຂັ້ມງວດຈົນເຖິງປັດຈະບັນ ແລະການຈັດຕັ້ງປະຕິບັດດັ່ງກ່າວກໍເຮັດໃຫ້ແຂວງວຽງຈັນ ສາມາດຮັກສາສະພາບການປົກຫຸ້ມຂອງປ່າໄມ້ໃນແຂວງໄດ້ ໃນອັດຕາສະເລ່ຍ 50 ເປີເຊັນ ຂອງເພື້ອທີ່ທັງໝົດທັງຍັງສາມາດຈັບກຸມຜູ້ກະທໍາຜິດໃນການລັກລອບເຄື່ອນຍ້າຍໄມ້ໄດ້ຈໍານວນນຶ່ງອີກດ້ວຍ ດັ່ງທີ່ທ່ານຢືນຢັນວ່າ
“ພວກເຮົາກໍໄດ້ມີການຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງຫັ້ນແລ້ວເນາະ ບໍ່ວ່າຈະຢູ່ລະດັບແຂວງ, ລະດັບເມືອງ, ກຸ່ມບ້ານ, ບ້ານ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈ ແລະພ້ອມກັນນັ້ນ ກະໄດ້ມີການຈັດຕັ້ງໜ່ວຍສະເພາະກິດໃນການເຄື່ອນໄຫວ ເພື່ອວ່າສະກັດກັ້ນການຂຸດຄົ້ນ, ການຕັດໄມ້ທໍາລາຍປ່າແບບບໍ່ສອດຄ່ອງຕໍ່ຄໍາສັ່ງເລກທີ 15 ນີ້ ກະໄດ້ດີພໍສົມຄວນ ສາມາດຍຶດໄດ້ຂອງກາງຈໍານວນນຶ່ງທີ່ວ່າມີກຸ່ມຄົນບໍ່ດີ ໄດ້ເຄື່ອນໄຫວ ລັກລອບເຄື່ອນຍ້າຍໄມ້ທີ່ບໍ່ຖືກຕ້ອງ.”
ທາງດ້ານກະຊວງກະສິກໍາ ແລະປ່າໄມ້ລາຍງານວ່າ ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ປິດໂຮງງານປຸງແຕ່ງໄມ້ ທີ່ລະເມີດຄໍາສັ່ງເລກທີ 15/ນຍ ຈໍາ
ນວນ 1,545 ແຫ່ງຈາກການກວດກາທັງໝົດ 2,857 ແຫ່ງໃນຕະຫລອດປີ 2017 ທີ່ຜ່ານມາ ໂດຍໃນນີ້ໄດ້ແບ່ງເປັນໂຮງງານປຸງແຕ່ງໄມ້ຂະໜາດໃຫຍ່ແລະກາງ 355 ແຫ່ງ
ແລະໂຮງງານຂະໜາດນ້ອຍ 1,190 ແຫ່ງ. ພ້ອມກັນນັ້ນ ກໍສາມາດກວດພົບ ການລະເມີດຄໍາສັ່ງເລກທີ 15/ນຍ ຈໍານວນ 630 ກໍລະນີ, ຈັບກຸມຜູ້ກະທໍາຜິດ 700 ຄົນ ຊຶ່ງໃນນີ້ລວມເຖິງ ພະນັກງານລັດທີ່ຮ່ວມກະທໍາຄວາມຜິດ 421 ຄົນອີກດ້ວຍ.
ນອກຈາກນັ້ນ ທ່ານທອງລຸນກໍຍັງໄດ້ມີຄຳສັ່ງໃຫ້ປິດໂຮງເລື່ອຍເຖິງ 1,206 ແຫ່ງໃນປີ2017 ຜ່ານມາເນື່ອງຈາກວ່າມີສ່ວນກ່ຽວຂ້ອງໃນການລັກລອບຕັດແລະຄ້າໄມ້ ໂດຍ
ຜິດກົດໝາຍ ໃນນີ້ກໍເປັນໂຮງເລື່ອຍທີ່ດຳເນີນກິດຈະການໂດຍບໍ່ໄດ້ຂໍອະນຸຍາດຕາມລະບຽບກົດໝາຍເຖິງ 1,186 ແຫ່ງ ສ່ວນອີກ 20 ແຫ່ງ ກໍໄດ້ເຂົ້າໄປລັກລອບຕັດໄມ້
ໃນເຂດປ່າສະຫງວນແຫ່ງຊາດ ແລະການທີ່ບັນດາເຈົ້າໜ້າທີ່ຂອງໂຮງເລື່ອຍສາມາດດຳເນີນການ ໄດ້ຄືແນວນີ້ ກໍເພາະວ່າພະນັກງານພັກ ແລະລັດໄດ້ເຂົ້າໄປມີສ່ວນໄດ້ຮັບຜົນປະໂຫຍດຮ່ວມຢູ່ດ້ວຍນັ້ນເອງ.
ທັງນີ້ໂດຍລັດຖະບານ ລາວ ໄດ້ວາງແຜນການທີ່ຈະເພີ່ມການປົກຫຸ້ມຂອງປ່າໄມ້ໃນຕະຫຼອດປີ 2017 ໃຫ້ໄດ້ໃນເນື້ອທີ່ 37,000 ເຮັກຕາ ໂດຍແນໃສ່ການເພີ່ມການປົກ
ຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ໃນປີ 2020 ຕາມແຜນຍຸດທະສາດປ່າໄມ້ແຫ່ງຊາດ ດ້ວຍການຊຸກຍູ້ໃຫ້ປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ 11,000 ເຮັກຕາ ຢູ່ໃນ
ເຂດອ່າງຕົ່ງຂອງເຂື່ອນໄຟຟ້າ ແລະ ຄອງຊົນລະປະທານຕ່າງໆ ລວມທັງຕ້ອງຍຸຕິການຖາງປ່າເຮັດໄຮ່ ໃຫ້ໄດ້ຢ່າງສິ້ນເຊີງອີກດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ໃຫ້ທັດສະນະ ແລະ ປະເມີນວ່າ ສະພາບປ່າໄມ້ຂອງ ລາວ ໃນປັດຈຸບັນຍັງມີ
ຄວາມໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດ ໝາຍຄວາມວ່າໃນໄລຍະຮັບແຕ່ປີ 2017-2020 ລັດຖະບານລາວ ກໍຈະຕ້ອງເພີ່ມການປົກຫຸ້ມຂອງປ່າໄມ້
ໃຫ້ໄດ້ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີໃນທຸກເຂດແຂວງໃນທົ່ວປະເທດ ໂດຍເຂດທີ່ລັດຖະບານລາວ ຖືເປັນພື້ນທີ່ເປົ້າໝາຍສຳຄັນທີ່ຈະຕ້ອງຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍໃຫ້ໄດ້ກໍຄືເຂດປ່າສະຫງວນແຫ່ງຊາດທີ່ຍັງມີການລັກລອບເຂົ້າໄປຕັດ
ໄມ້ຢ່າງກວ້າງຂວາງໃນເວລານີ້.
ທັງນີ້ໂດຍອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າເຂດທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດກໍຄືເຂດທີ່ຕິດຕໍ່ຊາຍແດນກັບຫວຽດນາມ ຊຶ່ງລວມເຖິງເຂດປ່າສະຫງວນແຫ່ງຊາດນາກາຍໃນແຂວງຄຳມ່ວນ ຊຶ່ງບັນດານາຍທຶນ ແລະ ພະນັກງານລັດຈຳນວນໜຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນ ລາວ ໃນທ້ອງຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລ້ວກໍລັກລອບຂົນໃນເວລາກາງຄືນເພື່ອສົ່ງອອກໄປຊາຍແດນດ້ານຫວຽດນາມອັນເປັນພາກສ່ວນສໍາຄັນ ທີ່ເຮັດໃຫ້ຫວຽດນາມກາຍເປັນຜູ້ສົ່ງອອກຜະລິດຕະພັນໄມ້ແປຮູບລາຍໃຫຍ່ທີ່ສຸດຂອງໂລກໃນ
ເວລານີ້.
ທາງດ້ານ ທ່ານ ສຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ການຍອມຮັບວ່າ ເປັນການຍາກ ແລະ ເປັນສິ່ງທີ່ທ້າທາຍຫຼາຍທີ່ເພີ່ມການປົກຫຸ້ມ
ຂອງປ່າໄມ້ໃນ ລາວ ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ເພາະການຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2005 ເປັນຕົ້ນມາໄດ້ປະເຊີນບັນຫາຫຼາຍດ້ານ ລວມເຖິງບັນຫາໃນການປະສານງານລະຫວ່າງ ໜ່ວຍງານຂອງລັດຖະບານລາວອີກດ້ວຍ
cr: Support Prime Minister Thongloun Sisoulith